Home » ປະເພນີ ການນຸ່ງຖືຂອງແມ່ຍິງລາວ

ປະເພນີ ການນຸ່ງຖືຂອງແມ່ຍິງລາວ

ໂດຍ ຄໍາສັບລາວ

ການນຸ່ງຖື ແມ່ນມູນມໍລະດົກອັນໜຶ່ງ ທີ່ບັນພະບູລຸດ ປະໄວ້ໃຫ້ລູກຫຼານ ຄົນລາວ ສືບທອດມາເຖິງທຸກວັນນີ້ ອັນເປັນສິ່ງ ເອກອ້າງສະແດງ ໃຫ້ຊາວໂລກ ໄດ້ເຫັນ​ເຖິງ ເອກະລັກໜຶ່ງ ຂອງຄວາມເປັນຊາດລາວ.

ປະເພນີການນຸ່ງຖື ໄດ້ວິວັດໄປຕາມແຕ່ລະຍຸກ ແຕ່ລະສະ​ໄໝ ຕາມຄວາມນິຍົມ. ແຕ່​ເດີມນັ້ນ, ການໄປສົ່ງສະການ ເພີ່ນນຸ່ງເສື້ອສີຂາວ ຫຼື ສີບໍ່​ແຈ້ງບາດຕາ ເພື່ອເຮັດໃຫ້ບັນຍາກາດນັ້ນ ມີຄວາມໂປ່ງໃສ, ບໍ່ໃຫ້ຜູ້ໄປຮ່ວມພິທີ ແລະ ຍາດພີ່ນ້ອງ ຂອງຜູ້ຕາຍມີຈິດໃຈ ໂສກເສົ້າ; ນຸ່ງສີແຈດ, ສີແດງ ນັ້ນເພີ່ນຄະລຳ ແລະ ເປັນການບໍ່ສຸພາບ, ຖ້າໃສ່ສີມືດສີດໍາ ແມ່ນເປັນການໄວ້ທຸກ ປະເພນີລາວ ເພີ່ນບໍ່ມີການໄວ້ທຸກ, ການໄວ້ທຸກຈະເຮັດໃຫ້ ດວງວິນຍານຂອງຜູ້ຕາຍເປັນຫ່ວງ ແລະ ບໍ່ເປັນສຸກ.

ປັດຈຸບັນຄົນລາວ ນິຍົມກັນໃສ່ຊຸດດຳ ໄປສົ່ງສະການ ຈົນເປັນປະເພນີແລ້ວ. ການນຸ່ງຖື ເຂົ້າວັດວາອາຮາມ ເພື່ອໄປເຮັດບຸນ ຕັກບາດຢາດນໍ້າ ສ້າງສິນກິນທານ ຕາມຮີດຄອງປະເພນີ ແມ່ຍິງ ຕ້ອງເກົ້າຜົມ ຫຼື ມັດຜົມ ແລະ ບ່ຽງຜ້າ ຫຼື ຖືແພພາດບ່າພ້ອມ. ມາຮອດດຽວນີ້ ເຫັນວ່າບາງ​ຄົນ ​ຍັງມີການ ປ່ອຍປະລະເລີຍ, ບໍ່ບ່ຽງແພ ຍັງບໍ່ແລ້ວ ບໍ່ໜໍາຊໍ້າ ຍັງນຸ່ງເສື້ອສາຍດຽວ ​ໂຊສາຍບື ໃສ່ສະເກິດສັ້ນໆ, ປ່ອຍ​ຜົມ ເຊິ່ງເປັນການ ບໍ່ສົມຄວນຢ່າງຍິ່ງ, ເວລາເຂົ້າໃນ ສະຖານທີ່ ສັກກະລະບູຊາ ຄວນສັງເກດ ປ້າຍເຕືອນ ຫຼື ຂໍ້ແນະນຳຕ່າງໆ ເພື່ອບໍ່ເປັນ ການປະໝາດ ເພາະຊຸດປະຈຳຊາດ ຂອງແມ່ຍິງລາວ ຄືສັນຍາລັກ ທີ່ບົ່ງບອກເຖິງ ກິລິຍາ ມາລະຍາດ ຫຼື ວົງຕະກຸນໄດ້. ສະນັ້ນ, ເພິ່ນຈິ່ງມີຄຳກ່າວ ໄວ້ວ່າ: “ສີລະປະ ການນຸ່ງເຄື່ອງ ແຕ່ງກາຍ ຂອງແມ່ຍິງ ຄື ດອກໄມ້ ປະຈຳຊາດ” ທີ່​ເປັນ​ຕົວ​ແທນ ​ແຫ່ງ ກິຣິຍາ ມາລະຍາດ, ຄວາມສວຍສົດ ງົດງາມ ແລະ ຄວາມອຸດົມ ຮັ່ງມີ ຕ່າງໆຂອງຊາດ ຊຶ່ງລ້ວນແຕ່ມາເຕົ້າໂຮມ ຢູ່ໃນຕົວຂອງແມ່ຍິງ;  ແມ່ຍິງລາວນຸ່ງສິ້ນມີຫົວ ແລະ ມີຕີນ, ນຸ່ງສິ້ນລ່າມ ບໍ່ໃຫ້ປົກປາຍຕີນ ເພາະຈະເຮັດໃຫ້ ຂ້ອງ ຫຼື ຢຽບຕີນສິ້ນລົ້ມ, ນຸ່ງພໍເຂີນຕາ ຕຸ່ມມ໋ອງ (ຄໍ່​ຕີນ) ພໍໃຫ້ແນມເຫັນ ປອກຂາເງິນ (ແຕ່ກ່ອນ ແມ່ຍິງລາວ ນິຍົມໃສ່ປອກຂາ), ຖ້ານຸ່ງສິ້ນເຂີນນ່ອງ ຖືວ່າ ເປັນການບໍ່ສຸພາບ.

ປັດຈຸບັນ ​ການ​ນຸ່ງ​ສິ້ນ ​ບໍ່​ຄວນ​ນຸ່ງ​ ເຂີນຫຼາຍ ຫຼື ຍາວ​ເກີນ​ໄປ ​ຖ້າ​ໃຫ້​ເໝາະ ຄວນ​ນຸ່ງ​ສິ້ນ ​ລາມ​ກາຍ​ບີ​ແຄ່ງ ​ລົງ​ມາ​ ເພື່ອ​ສະດວກ​ ໃນ​ການ​ເຄື່ອນ​ໄຫວ​ໄປມາ ທັງ​ຍັງ​ ຮັກສາ ​ໄດ້​ມູນ​ເຊື້ອ​ ການ​ນຸ່ງ​ຖື ​ທີ່​ບົ່ງ​ບອກ​ວ່າ ​ເປັນ​ຊາດ​ລາວ  ຄຸນຄ່າທາງ ສີລະປະ ຂອງສິ້ນ ແລະ ຜ້າບ່ຽງແພ​​​ໄໝ ແມ່ນຄວາມງາມ ຂອງສີລະປະ ທີ່ສະທ້ອນ ເຖິງສີໄມ້ລາຍມື ຂອງຄົນລາວ. ສ່ວນຜົມ ທີ່ເກົ້ານັ້ນ ກໍ່ປະດັບ ດ້ວຍສາຍຄ້ອງ, ສາຍຍັງ ແລະ ປັກປິ່ນເກົ້າ.

ຄວາມສວຍງາມ ຂອງອາພອນ ເພດຊົງລາວ ໄດ້ເຮັດໃຫ້ຊາວຕ່າງຊາດ ຫັນມາສົນໃຈ ແລະ ນິຍົມ ຊົມຊອບ ສິ້ນ​ໄໝແພລາວ ຈົນສາມາດ ຜະລິດເປັນສິນຄ້າ ສົ່ງອອກ ທີ່ດີ ອີກປະເພດໜື່ງ.

ລອງຄິດນຳກັນເບິ່ງວ່າ!  ຊາວຕ່າງປະເທດ ຜູ້ຫວັງດີ ຍັງເປັນຫ່ວງ ແລະ ເສຍດາຍແທນ ຄົນລາວພວກເຮົາ ທີ່ເບິ່ງຂ້າມ ແລະ ຖືເບົາກັບ ຮີດຄອງປະເພນີ ອັນດີງາມ ທີ່ຕົນມີມາ ແຕ່ດົນນານແລ້ວ. ຊາຫຍັງ ຕຳໝາກຫຸ່ງ, ລາບກ້ອຍ, ປາແດກຕ່ອນກ້າງ ຂອງກິນກັບເຂົ້າທຸກມື້ ຍັງຖືກອ້າງ ໄປເປັນຂອງເພິ່ນ. ລະວັງສິ້ນ ​ເສື້ອ​ແພ​ໄໝ ທີ່​ແມ່ຍິງ​ເຮົາ ນຸ່ງຖື ເປັນມູນມັງ​ ມໍລະດົກ ຂອງຊາດແທ້ໆ ສັງຊິໄລລະຖິ້ມ ໃຫ້ເປັນ ຂອງຊາດອື່ນອີກ ຖ້າບໍ່ຮັກສາໄວ້.

ໃນຕໍ່ໜ້ານີ້ ທິດຂະຫຍາຍ ເສດຖະກິດ ຂອງຊາດເຮົາ ແມ່ນແນໃສ່ ສ້າງປະເທດລາວ ໃຫ້ເປັນແຫຼ່ງທ່ອງທ່ຽວ. ສິ່ງ​ໃດທີ່ເປັນມູນເຊື້ອ ອັນດີງາມ ຂອງຊາດລາວ ຈົ່ງພາກັນ ເສີມຂະຫຍາຍ ສືບຕໍ່ ປົກປັກຮັກສາ ເອກະລັກ  ເພື່ອຄວາມກ້າວໜ້າ ແລະ ຊື່ສຽງ ຂອງຊາດລາວເຮົາ.

​ໂດຍ: ພັນທະ​ພອນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!