Home » ທ່ານເຊື່ອບໍ່ວ່າ ມະນຸດເຮົາ ສາມາດປ່ຽນເພດ ຂອງຕົວອ່ອນໄກ່ໄດ້ ດ້ວຍ ໄອຊີທີ

ທ່ານເຊື່ອບໍ່ວ່າ ມະນຸດເຮົາ ສາມາດປ່ຽນເພດ ຂອງຕົວອ່ອນໄກ່ໄດ້ ດ້ວຍ ໄອຊີທີ

ໂດຍ ຄໍາສັບລາວ

ໃນອຸດສາຫະກຳສັດປີກ ແລະ ໄຂ່ ໃນໂລກຂອງເຮົາ ຈະບໍ່ມີຄວາມເທົ່າທຽບກັນ ລະຫວ່າງ ລູກໄກ່ຕົວຜູ້ ແລະ ຕົວແມ່ ຊຶ່ງຕົວຜູ້ ແລະ ຕົວແມ່ ຈະໄດ້ຮັບການປະຕິບັດ ທີ່ແຕກຕ່າງກັນ ເນື່ອງຈາກພວກມັນ ມີການນຳໃຊ້ປາຍທາງທີ່ ແຕກຕ່າງກັນ, ລູກໄກ່ຕົວຜູ້ ຖືວ່າມີກຳໄລໜ້ອຍຫຼາຍ ສຳລັບ ອຸດສາຫະກຳເນື້ອສັດ ດັ່ງນັ້ນ, ໃນທຸກໆປີ ລູກໄກ່ຕົວຜູ້ ຫຼາຍພັນລ້ານໂຕ ຈະຖືກທຳລາຍທັນທີ ຫຼັງຈາກຟັກອອກຈາກໄຂ່ ດ້ວຍວິທີການຕ່າງໆ ເຊັ່ນ: ການຫັ່ນຍ່ອຍ, ການເຜົາ, ການວາງຢາ ແລະ ວິທີການອື່ນໆ ເນື່ອງຈາກພວກມັນ ບໍ່ສາມາດວາງໄຂ່ ຫຼື ຜະລິດເນື້ອສັດໄດ້.

ດ້ວຍເຫດນີ້, Soos ເຕັກໂນໂລຊີ ຈຶ່ງໄດ້ເກີດຂື້ນ (Soos ແປວ່າ ລູກໄກ່ ໃນພາສາ ອາລະບິກ). Soos ເປັນບໍລິສັດລິເລີ່ມ ຈາກປະເທດ ອິດສາລະເອວ ທີ່ໄດ້ຮັບຄວາມສົນໃຈ ຈາກທົ່ວໂລກ ໃນດ້ານເຕັກໂນໂລຊີທີ່ກ້າວໜ້າ ຊຶ່ງເນັ້ນການຈັດການກັບ ຂໍ້ກົງວົນດ້ານ ຈະລິຍະທຳ ທີ່ເລັ່ງດ່ວນທີ່ສຸດ ໃນອຸດສາຫະກຳສັດປີກ ນັ້ນກໍຄື ການຂ້າລູກໄກ່ຕົວຜູ້. Soos ພະຍາຍາມ ປະຕິວັດຂະບວນການ ຟັກໄຂ່ ດ້ວຍການນຳສະເໜີເຕັກໂນໂລຊີ ໃນການປ່ຽນເພດຂອງຕົວອ່ອນ ໂດຍມຸ້ງເປົ້າໄປທີ່ ຕົວອ່ອນເພດຊາຍໂດຍສະເພາະ ເພື່ອໃຫ້ແນ່ໃຈວ່າ ການຟັກໄຂ່ ຈະໄດ້ລູກໄກ່ຕົວແມ່.

ໃນຂະບວນການປ່ຽນເພດຂອງຕົວອ່ອນ, ບໍລິສັດໄດ້ຄວບຄຸມ ສະພາບແວດລ້ອມ ໃນຕູ້ຟັກໄຂ່ໃນ ລະຫວ່າງການ ພັດທະນາການຂອງ ຕົວອ່ອນ ໂດຍ ການຄວບຄຸມ ຄວາມຊຸ່ມຊື່ນ ແລະ ອຸນຫະພູມ, ນອກຈາກນັ້ນ ຍັງໄດ້ນຳໃຊ້ ການ ສັ່ນສະເທືອນດ້ວຍສຽງ ໃນການປະສົມປະສານ ຄວາມຖີ່ ແລະ ລະດັບສຽງທີ່ໄດ້ຮັບການ ຈົດສິດທິບັດແລ້ວ, ຂະບວນການເຫຼົ່ານີ້ ໄດ້ຮັບການຕິດຕາມ ແລະ ກວດສອບຕາມເວລາຈິງ ສຳລັບການ ລວບລວມຂໍ້ມູນ ແລະ ກວດຈັບ ການເຮັດວຽກຜິດພາດທາງ ເຕັກນິກ. ຂະບວນການປ່ຽນເພດຂອງບໍລິສັດ ແມ່ນມີຄວາມປອດໄພຕໍ່ ຕົວອ່ອນ ແລະ ຈະບໍ່ມີການນຳໃຊ້ ການດັດແປງ ພັນທຸກຳ ຫຼື ການປັບແຕ່ງຮໍໂມນ ໃນຮູບແບບໃດໆເລີຍ.

ສຳລັບ ອຸປະກອນ ທີ່ນຳໃຊ້ ໃນການປ່ຽນເພດຕົວອ່ອນ ແມ່ນຈະນຳໃຊ້ ເຕັກໂນໂລຊີ IoT, ຊຶ່ງເຕັກໂນໂລຊີຂອງບໍລິສັດນີ້ ແມ່ນເປັນເຈົ້າທຳອິດຂອງໂລກ ທີ່ໃຊ້ຄື້ນສຽງ ເພື່ອສົ່ງຜົນຕໍ່ຂະບວນການ ພັດທະນາເພດ ໃນຕົວອ່ອນຂອງສັດປີກ, ຮູບແບບນີ້ ສາມາດປັບຂະໜາດໄດ້ ແລະ ມີຜົນກັບໄຂ່ ທີ່ຟັກທັງໝົດ ພ້ອມກັນ ໂດຍນຳໃຊ້ ຖາດຟັກໄຂ່ ທີ່ບໍ່ຄືໃຜ ທີ່ເອີ້ນວ່າ “ຖາດອັດສະລິຍະ – Smart Tray” ຖາດແຕ່ລະອັນ ໃນໂຮງເພາະຟັກ ຈະມີເຊັນເຊີ ກວດຈັບການເຄື່ອນໄຫວ ທີ່ວັດພະລັງ ການສັ່ນສະເທືອນ ຂອງສຽງທີ່ໄຂ່ສຳຜັດໄດ້ ແລະ ອຸປະກອນສົ່ງສັນຍານ ທີ່ສົ່ງສັນຍານ ການສັ່ນສະເທືອນຂອງສຽງ ໄປຍັງຕົວອ່ອນທີ່ ຟັກຕົວ, ການສັ່ນສະເທືອນເຄື່ອນທີ່ ຜ່ານຖາດໄປຈົນເຖິງໄຂ່ ເຮັດໃຫ້ເຍື່ອຫຸ້ມໄຂ່ ສົ່ງສຽງໄປຍັງ ຕົວອ່ອນ.

ສຳລັບ ຊອບແວຣທີ່ນຳໃຊ້, ເຊັນເຊີຈັບການເຄື່ອນໄຫວ ຈະສຸ່ມຕົວຢ່າງຂອງຂໍ້ມູນສຽງ ໃນລະຫວ່າງຂັ້ນຕອນ ການບົ່ມເຊື້ອ ແລະ ຊ່ວຍໃຫ້ ສາມາດ ລວບລວມຂໍ້ມູນໄດ້, ຊຶ່ງຈະນຳຂໍ້ມູນ ມາວິເຄາະຢ່າງຕໍ່ເນື່ອງ ໂດຍໃຊ້ລະບົບ Soository ເຊິ່ງເປັນລະບົບຂອງບໍລິສັດ ທີ່ພັດທະນາຂຶ້ນມາ ເພື່ອ ເກັບກຳຂໍ້ມູນໃນຮູບແບບ ເວລາຈິງເທິງ ລະບົບ ຄຣາວ ເຮັດໃຫ້ສາມາດ ວິເຄາະ ແລະ ກວດສອບຕາມເວລາຈິງ ຂອງວົງຈອນ ການຟັກໄຂ່ໄດ້, ລະບົບຈະລວບລວມ ຂໍ້ມູນສຽງ ແລະ ຂໍ້ມູນຊີວະພາບ ຂອງວົງຈອນຊີວິດຂອງໄຂ່ ແຕ່ລະໜ່ວຍ ຕັ້ງແຕ່ຕົວອ່ອນ ຈົນໄປເຖິງ ໄຂ່ໄກ່ທີ່ໃຫຍ່ເຕັມໄວ. ຂໍ້ມູນຊີວະພາບ ປະກອບໄປດ້ວຍ ການວາງຕຳແໜ່ງໄຂ່, ເພດຂອງລູກໄກ່ຫຼັງຟັກໄຂ່, ປະສິດທິພາບຂອງລູກໄກ່, ປະສິດທິພາບການວາງໄຂ່, ຄວາມສົມບູນຂອງໄຂ່ ແລະ ຕົວຊີ້ວັດຄຸນນະພາບ ຂອງໄຂ່.

ດ້ວຍເຫດນີ້, ເຕັກໂນໂລຊີ ຂອງ ບໍລິສັດດັ່ງກ່າວ ຈຶ່ງຊ່ວຍເພີ່ມການຜະລິດໄກ່ຕົວແມ່ ໂດຍການນຳໃຊ້ ຊັບພະຍາກອນ ເທົ່າເດີມ, ບໍ່ທຳລາຍຄວາມສາມາດ ໃນການຟັກໄຂ່ຂອງໄກ່ ແລະ ສຸຂະພາບຂອງລູກໄກ່, ພ້ອມກັນນັ້ນ ຍັງຮັບປະກັນວ່າ ໄກ່ຕົວແມ່ ທີ່ຜ່ານຂະບວນການ ຂອງ ບໍລິສັດ ຈະຜະລິດໄຂ່ ໃນຈຳນວນເທົ່າກັນ ແລະ ມີຄຸນນະພາບ ທຽບເທົ່າກັບ ໄກ່ໄຂ່ ມາດຕະຖານທົ່ວໄປ. ບໍລິສັດ ຍັງປັບປຸງ ປະສິດທິພາບຂອງການ ຟັກໄຂ່, ຄວາມສາມາດໃນການ ຜະລິດ ແລະ ຊ່ວຍໃຫ້ຜູ້ຜະລິດໄຂ່ ສາມາດດຳເນີນການ ໂດຍມີອັດຕາກຳໄລ ທີ່ສູງຂຶ້ນ ພ້ອມດຽວກັນນັ້ນ ຍັງຫຼຸດການປ່ອຍກາສພິດເຮືອນແກ້ວ ອີກດ້ວຍ ເຊັ່ນ: ເມື່ອອັດຕາສ່ວນ ຂອງຕົວແມ່ ທີ່ຜະລິດໄດ້ ປ່ຽນຈາກ 50% ເປັນ 80% ຂອງຕົວແມ່ ໃນໂຮງເພາະຟັກທົ່ວໄປ ສາມາດປະຢັດໄດ້ເຖິງ 300 ເມກະວັດຕໍ່ຊົ່ວໂມງ ຕໍ່ 1 ລ້ານໜ່ວຍໄຂ່ຂອງ ແຕ່ລະຮອບຂອງການ ຟັກໄຂ່.

ບໍລິສັດດັ່ງກ່າວ ເປັນບໍລິສັດລິເລີ່ມແຖວໜ້າ ໃນກຸ່ມ ນະວັດຕະກຳໃໝ່ ທີ່ມຸ້ງເນັ້ນ ການປະຕິວັດ ພາກກະເສດ ດ້ວຍເຕັກໂນໂລຊີໄອຊີທີ ທີ່ທັນສະໄໝ ພ້ອມດຽວກັນນັ້ນ ຍັງຊ່ວຍເພີ່ມພູນຜົນຜະລິດ ແລະ ເປັນການຊ່ວຍສະໜອງ ສະບຽນອາຫານຂອງໂລກ ອີກດ້ວຍ.

https://www.soos.org.il/

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!