Home » ຄວາມສໍາພັນຫຼາຍຮູບແບບໃນຊີວິດຄູ່

ຄວາມສໍາພັນຫຼາຍຮູບແບບໃນຊີວິດຄູ່

ໂດຍ ຄໍາສັບລາວ

ການໄດ້ພົບຄົນທີ່ເຮົາຮັກດັ່ງໃຈປາຖະໜາ ກໍປຽບເໝືອນສະຫວັນ ໄດ້ມອບຂອງຂວັນ ທີ່ມີຄ່າໃຫ້ເຮົາ. ຄູ່ແຕ່ງດອງທີ່ດີ ຄືຄູ່ຮັກທີ່ເຂົ້າກັນໄດ້ ໃນການໃຊ້ຊີວິດຄູ່ທີ່ຍືນຍາວ ເຖິງວ່າຄວາມໂຣແມນຕິກ ເປັນສິ່ງທີ່ສໍາຄັນ ແຕ່ຄວາມເຂົ້າໃຈກັນ ເປັນປັດໄຈທີ່ສໍາຄັນຫຼາຍກວ່າ. ຄູ່ແຕ່ງດອງ ທີ່ມີຊີວິດຮັກ ທີ່ຍືນຍາວ ຈະມີຄວາມເຫັນກົງກັນ ໃນເລື່ອງໃຫຍ່ໆ ຈຶ່ງຈະດໍາເນີນຊີວິດຄູ່ ໄປນໍາກັນໄດ້. ຄູ່ຊີວິດທີ່ດີ ປະກອບດ້ວຍຫຼາຍຮູບແບບ ຄວາມສໍາພັນ ດັ່ງນີ້:

  1. ຮູບແບບມິດຕະພາບ: ຄູ່ຮັກທີ່ປະສົບຄວາມສໍາເລັດ ແມ່ນອາໄສມິດຕະພາບເປັນພື້ນຖານ ຂອງຄວາມສໍາພັນລະຫວ່າງກັນ ແລະ ກັນ. ທັງສອງຈະມັກຮັກ ອີກຝ່າຍໜຶ່ງຢ່າງແທ້ຈິງ, ສາມາດສ້າງຄວາມສົນໃຈ ໃຫ້ອີກຝ່າຍໜຶ່ງ ໄດ້ ແລະ ມັກໃຊ້ເວລາຢູ່ນໍາກັນ. ມິດຕະພາບທີ່ໝັ້ນຄົງ ແລະ ຄວາມເຂົ້າກັນໄດ້ ລະຫວ່າງຄູ່ຮັກ ຄືປັດໄຈ ທີ່ຊ່ວຍໃຫ້ຄວາມສໍາພັນດີຂຶ້ນ ເມື່ອເກີດບັນຫາ;

  2. ເຂົ້າໃຈບົດບາດຂອງແຕ່ລະຝ່າຍ: ຄວາມຮັກຈະຕ້ອງຕົກລົງກັນ ກ່ຽວກັບ ຄວາມຮັບຜິດຊອບຕ່າງໆ ພາຍໃນເຮືອນ ແລະ ການປະພຶດ ການປະຕິບັດຕົນ ຕໍ່ອີກຝ່າຍໜຶ່ງ. ເມື່ອກ່ອນ ຝ່າຍຊາຍ ຈະເປັນຜູ້ຮັບຜິດຊອບ ທາງດ້ານການເງິນ, ແມ່ຍິງຮັບຜິດຊອບລ້ຽງລູກ. ຢ່າງໃດກໍດີ ວິຖີດັ່ງກ່າວ ໄດ້ຖືກປ່ຽນແປງ ໄປຕາມຍຸກ ຕາມສະໄໝ ຊຶ່ງປະຈຸບັນ ແມ່ຍິງ ໄປເຮັດວຽກນອກເຮືອນຫຼາຍຂຶ້ນ ຈຶ່ງບໍ່ແປກ ທີ່ຈະພົບວ່າ ໃນບາງຄອບຄົວ ແມ່ຍິງເປັນຄົນເຮັດວຽກ ແລະ ຮັບຜິດຊອບ ດ້ານການເງິນ ສ່ວນຝ່າຍຊາຍ ເປັນຜູ້ເບິ່ງແຍງ ວຽກເຮືອນ ຫຼື ທັງສອງຝ່າຍ ແບ່ງໜ້າທີ່ເທົ່າໆກັນ. ຄູ່ແຕ່ງດອງທີ່ດີ ຈະຕ້ອງຕົກລົງກັນ ໃນເລື່ອງນີ້ ບໍ່ດັ່ງນັ້ນ ໃນໄລຍະຍາວ ອາດຈະເກີດບັນຫາໄດ້;

  3. ຄວາມໃກ້ຊິດທາງອາລົມ: ຊີວິດຄູ່ທີ່ດີ ຄວນມີຄວາມເຊື່ອໃຈກັນ ໃຫ້ຄວາມນັບຖື ອີກຝ່າຍໜຶ່ງ ສາມາດຫົວນໍາກັນ ແລະ ໃຫ້ການຊ່ວຍເຫຼືອ ສະໜັບສະໜູນ ອີກຝ່າຍໜຶ່ງ ໃນຍາມຈໍາເປັນ;

  4. ຄວາມຄາດຫວັງໃນເລື່ອງເພດ: ຄູ່ແຕ່ງດອງທີ່ດີ ຄວນຮູ້ວ່າ ຈະປະຕິບັດຕໍ່ອີກຝ່າຍ ໃນຖານະຄົນຮັກ ແບບໃດເຊັ່ນ: ການບໍ່ນອກໃຈກັນ. ການຄາດຫວັງ ໃນເລື່ອງເພດນັ້ນ ມີຄວາມໝາຍຫຼາຍກວ່າ ຄວາມຊື່ສັດຕໍ່ຄົນຮັກ ລວມທັງກິດຈະກໍາອື່ນໆ ຊຶ່ງເປັນເລື່ອງ ທີ່ຕ້ອງຕົກລົງກັນວ່າ ຄວນເຮັດ ຫຼື ບໍ່ຄວນເຮັດແບບໃດ ການຕົກລົງກັນ ໃນປະເດັນດັ່ງກ່າວ ຈະນໍາມາເຊິ່ງຄວາມເຊື່ອໃຈກັນ;

  5. ວິໄສທັດ ແລະ ເປົ້າໝາຍ: ຄູ່ແຕ່ງດອງທີ່ປະສົບຄວາມສໍາເລັດ ຈະມີຄວາມເຫັນກົງກັນວ່າ ຈະດໍາເນີນຊີວິດຄູ່ ໄປນໍາກັນແບບໃດ? ໃຫ້ຄຸນຄ່າກັບສິ່ງໃດ? ແລະ ມີເປົ້າໝາຍອັນໃດ ໃນຊີວິດແດ່? ໂດຍທັງສອງຝ່າຍ ຈະຕ້ອງຕົກລົງ ແລະ ພະຍາຍາມ ເຮັດຮ່ວມກັນ ເຊັ່ນ: ການມີລູກ, ການລ້ຽງລູກ, ການໃຊ້ຈ່າຍເງິນ ແລະ ຈະໃຊ້ຊີວິດແບບໃດ?.

          ການແຕ່ງດອງທີ່ປະສົບຄວາມສໍາເລັດ ມັກເປັນເລື່ອງຂອງຄູ່ຮັກ ທີ່ມີຄວາມເຂົ້າກັນໄດ້ ໃນຫຼາຍດ້ານ ຕັ້ງແຕ່ກ່ອນແຕ່ງ ແລະ ຫຼັງແຕ່ງດອງ ເຊັ່ນ: ບຸກຄະລິກກະພາບ, ອາລົມ, ຄວາມມັກ,  ນິດໄສ, ວິທີການຫຼີກເວັ້ນ ຄວາມຂັດແຍ້ງ ລວມທັງວິໄສທັດ, ຄວາມຄິດ, ອຸດົມຄະຕິ ແລະ ເປົ້າໝາຍໃນຊີວິດ. ສິ່ງເຫຼົ່ານີ້ ຈະເຮັດໃຫ້ທັງສອງຝ່າຍ ມີຄວາມເຫັນກົງກັນ ຍ້ອນຕ່າງຄົນ ກໍຕ່າງຕ້ອງການ ສິ່ງດຽວກັນ ຫຼື ຄ້າຍຄືກັນ.

ຂໍ້ມູນຈາກ: ເຄັດລັບຊີວິດຄູ່ ຮຽນຮູ້ຊູຮັກ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!