Home » ການກວດລາຍລະອຽດຄອມພິວເຕີຢ່າງລະອຽດ

ການກວດລາຍລະອຽດຄອມພິວເຕີຢ່າງລະອຽດ

ໂດຍ ຄໍາສັບລາວ

ການກວດ​ລາຍ​ລະອຽດ​ຂອງ​ຄອມ​ພິວ​ເຕີ ​ແມ່ນ​ຈະ​ຊ່ວຍ​ໃຫ້​ເຮົາ​ຮູ້​ວ່າ ຄອມ​ພິວ​ເຕີ​ໜ່ວຍ​ນີ້ ລຸ້ນຫຍັງ CPU ​ເທົ່າ​ໃດ RAM ​ເທົ່າ​ໃດ ​ເພື່ອ​ງ່າຍ​ໃນ​ການ​ເລືອກ​ຊື້​ຄອມ​ພິວ​ເຕີ.

​ພວກ​ເຮົາ​ຈະ​ມາ​ແນະນຳ​ວິທີ​ປະຕິບັດເຊິ່ງຈະ​ມີຂັ້ນ​ຕອນ​ວິທີ​ການ​ປະຕິບັດ​ແນວ​ໃດ​ນັ້ນ ພວກ​ເຮົາ​ໄປ​ເບິ່ງ​ນຳ​ກັນ​ເລີຍ!!!

ໃຫ້​ເຮົາ​ຄິກ​ໄປ​ທີ່ Start ​ຫຼື ກົດ​ປຸ່ມ windows ຢູ່​ເທິງ​ແປ້ນ​ພິມ

ຈາກ​ນັ້ນ​ພິມ​ຄຳ​ວ່າ run ຢູ່​ບ່ອນ search ​ແລ້ວ​ເຮົາ​ຈະ​ເຫັນ Run ​ແລ້ວ​ຄິກ​ໃສ່ Run ຫຼື ກົດ​ປຸ່ມ windows + R

ເຮົາ​ຈະ​ເຫັນ​ໜ້າ​ຕ່າງ Run ​ແລ້ວ​ພິມ​ຄຳ​ວ່າ dxdiag ​ແລ້ວ​ກົດ ok

ເຮົາ​ຈະ​ເຫັນ​ໜ້າ​ຕ່າງ ສະ​ແດງ​ຂໍ້​ມູນ​ລາຍ​ລະອຽດ​ຂອງ​ຄອມ​ພິວ​ເຕີ​ວ່າ CPU RAM Windows ​ແລະ ອື່ນໆ

ແທັບ Display ແລະ Render ​​ແມ່ນ​ສະ​ແດງ​ລາຍ​ລະອຽດ​ຂອງ​ຂໍ້​ມູນ Graphic card ຂອງ​ຄອມ​ພິວ​ເຕີ​ເຮົາ

ຖ້າເຮົາຮູ້ຂໍ້ມູນໝົດແລ້ວໃຫ້ເຮົາຄິກ Exit

ການເບິ່ງລາຍລະອຽດຂໍ້ມູນຄອມພິວເຕີແບບ​​ເບື້ອງຕົ້ນ

ຄິກຂວາ​ໃສ່ My Computer ​ແລ້ວ​ເລືອກ Properties ​ເຮົາ​ກໍ​ຈະ​ເຫັນ​ຂໍ້​ມູນ​ຄອມ​ພິວ​ເຕີ​ເບື້ອງ​ຕົ້ນ

ຂ່າວສານທີ່ກ່ຽວຂ້ອງ

error: ຂໍ້ມູນໃນເວັບໄຊນີ້ ຖືກປ້ອງກັນ !!